sortລະບຽບໃນການສອບເສັງເຂົ້າຮຽນຢູ່ມະຫາວິທະຍາໄລແຫ່ງຊາດ

1. ຜູ້ມີສິດສະໝັກສອບເສັງຕ້ອງສໍາເລັດການສຶກສາຕໍ່າສຸດ ແມ່ນມັດທະຍົມປາຍ ຫຼື ຊັ້ນກາງ, ບໍ່ແມ່ນນັກສຶກສາກໍາລັງຮຽນຢູ່ໃນມະຫາວິທະຍາໄລແຫ່ງຊາດ ແລະ ບໍ່ຢູ່ໃນລະຫວ່າງການດໍາເນີນຄະດີອາຍາ.
2. ຕ້ອງນຸ່ງເຄື່ອງສຸພາບ ເປັນລະບຽບ (ເຄື່ອງແບບນັກຮຽນ ຕາມລະບຽບຂອງກະຊວງສຶກສາທິການ ແລະ ກິລາ), ໄວ້ຊົງຜົມສຸພາບມີມາລະຍາດທີ່ດີ, ປະຕິບັດຕາມການແນະນຳຂອງຄະນະກຳມະການຈັດຕັ້ງການສອບເສັງ.
3.ຕ້ອງມາເຖິງຫ້ອງສອບເສັງກ່ອນເວລາທີ່ກຳນົດໄວ້ໃນຕາຕະລາງສອບເສັງຢ່າງໜ້ອຍ 20 ນາທີ ແລະ ຖ້າມາຊ້າກວ່າເວລາສອບເສັງ 15 ນາທີ ຈະບໍ່ອະນຸຍາດໃຫ້ເຂົ້າຫ້ອງສອບເສັງ.
4.ຕ້ອງສະແດງບັດອະນຸຍາດເຂົ້າຫ້ອງສອບເສັງກ່ອນເຂົ້າຫ້ອງສອບເສັງທຸກໆຄັ້ງ, ກໍລະນີລືມ ຫຼື ເຮັດບັດເສຍ ຕ້ອງໄດ້ຂໍອະນຸຍາດນຳຄະນະກຳມະການປະຈຳ ສະຖານທີ່ສອບເສັງໂດຍມີຫຼັກຖານອື່ນມາສະແດງແທນເຊັ່ນ: ບັດປະຈຳຕົວ, ໃບຂັບຂີ່ ຫຼື ປຶ້ມສຳມະໂນຄົວ.
5. ໃນຫ້ອງສອບເສັງ ຕ້ອງປະຕິບັດຕາມການຈັດສັນຂອງກຳມະການຄວບຄຸມຫ້ອງສອບເສັງທີ່ໄດ້ກຳນົດໃຫ້ເທົ່ານັ້ນ.
6. ຕ້ອງສອບເສັງຄົບຖ້ວນທຸກວິຊາທີ່ໄດ້ກຳນົດໄວ້ຄະນະກຳມະການຈຶ່ງຈະກວດບົດ ແລະໃຫ້ຄະແນນ.
7. ຜູ້ເຂົ້າສອບເສັງຕ້ອງຂຽນລະຫັດບັດສອບເສັງ, ລະຫັດຫົວບົດ ແລະ ຂໍ້ມູນອື່ນໆທີ່ໄດ້ລະບຸໄວ້ໃນເຈ້ຍຂະໜານຕອບພ້ອມດ້ວຍລາຍເຊັນໃຫ້ຄົບຖ້ວນ.
ກົດລະບຽບ

warningຂໍ້ຫ້າມສໍາລັບຜູ້ສອບເສັງ

1. ຫ້າມນັກສຶກສາຂອງ ມຊ ທີ່ກໍາລັງຮຽນຢູ່ໃນແຕ່ລະຄະນະວິຊາ ສະໝັກສອບເສັງເດັດຂາດ. 
2. ຫ້າມນຳເອົາປຶ້ມຕຳລາຮຽນ, ສຳເນົາສູດຄິດໄລ່, ບົດຮຽນ ຫຼື ບົດຄຳຕອບ, ອຸປະກອນອີເລັກໂຕຣນິກ (ໂທລະສັບມືຖື, ເຄື່ອງຄິດໄລ່, ໂມງດີຈິຕອນ, ບັນທັດທີ່ມີສູດຄິດໄລ່ ແລະ ອື່ນໆ) ເຂົ້າໃນຫ້ອງສອບເສັງ, ຜູ້ລະເມີດ ຈະຖືກຕັດສິດສອບເສັງ. ສໍາລັບອຸປະກອນທີ່ຢຶດມາໄດ້ນັ້ນຄະນະກຳມະການຈະສົ່ງຄືນຜູ້ເຂົ້າສອບເສັງພາຍຫຼັງ ສິ້ນສຸດການສອບເສັງ.
3. ຫ້າມໃສ່ເລກລະຫັດບັດເຂົ້າຫ້ອງສອບເສັງຂອງຄົນອື່ນ ຫຼື ປ່ຽນແທນກັນ, ມາເສັງແທນຄົນອື່ນ, ໃສ່ເຄື່ອງໝາຍ ຫຼື ສັນຍາລັກຕ່າງໆໃສ່ເຈ້ຍຄຳຕອບ.
4. ຫ້າມຖືອາວຸດ, ຂອງມີຄົມທຸກຊະນິດ, ສານເຄມີທີ່ຮ້າຍແຮງເຂົ້າໃນຫ້ອງສອບເສັງ, ເຊິ່ງອາດຈະນຳເປັນ ເຄື່ອງມືໃນການກໍ່ຄວາມບໍ່ສະຫງົບ ຫຼື ທຳຮ້າຍຮ່າງກາຍຄົນອື່ນ.
5. ຫ້າມກ່າຍໝູ່ ຫຼຶ ເອົາໃຫ້ໝູ່ກ່າຍ ແລະ ໃຊ້ສັນຍານຕ່າງໆທີ່ເປັນເຄື່ອງມືທຸຈະລິດໃນການສອບເສັງ.
6. ຫ້າມເວົ້າ, ສົນທະນາ ຫຼືສົ່ງສຽງດັງໃນເວລາສອບເສັງ, ຫ້າມນຳເຄື່ອງກິນ ແລະເຄື່ອງດື່ມເຂົ້າໃນຫ້ອງສອບເສັງ.
7. ຫ້າມອອກຈາກຫ້ອງໃນເວລາສອບເສັງຢູ່ ຍົກເວັ້ນກໍລະນີຈຳເປັນ, ແຕ່ຕ້ອງໄດ້ຮັບອະນຸຍາດ ແລະ ມີກຳມະການຕິດຕາມໄປນຳ.
8. ຫ້າມອອກຈາກຫ້ອງຈົນກວ່າຈະໝົດເວລາສອບເສັງ ເຖິງແມ່ນວ່າຜູ້ສອບເສັງຈະຕອບສຳເລັດແລ້ວກໍຕາມ.
9. ຫ້າມສືບຕໍ່ໝາຍຄຳຕອບເມື່ອໄດ້ຮັບສັນຍານໝົດເວລາ ແລະ ຕ້ອງຂວໍ້າເຈ້ຍຄຳຕອບໄວ້ເທິງໜ້າໂຕະຂອງຕົນ.
10. ຫ້າມນຳເອົາຫົວບົດສອບເສັງ ແລະ ເຈ້ຍທຸກຊະນິດອອກຈາກຫ້ອງສອບເສັງ.

ໝາຍເຫດ: ຜູ້ລະເມີດຂໍ້ກຳນົດ (ຂໍ້ຫ້າມ) ສະບັບນີ້ຈະຖືກຕັກເຕືອນ ຫຼື ຕັດສິດການສອບເສັງທັນທີ.

ແນະນໍາຄະນະວິຊາ ແລະ ບັນດາຫຼັກສູດ

ສິ່ງແວດລ້ອມ

ມີຫຼັກສູດການຮຽນ-ການສອນ ລະດັບປະລິນຍາຕີ 5 ສາຂາ

ວິທະຍາສາດທຳມະຊາດ

ມີຫຼັກສູດການຮຽນ-ການສອນ ລະດັບປະລິນຍາຕີ 14 ສາຂາ

ວິສະວະກຳສາດ

ມີຫຼັກສູດລະດັບປະລິນຍາຕີ 16 ສາຂາ ແລະ 1 ອານຸປະລິນຍາ

ວິທະຍາສາດປ່າໄມ້

ມີຫຼັກສູດການຮຽນ-ການສອນ ລະດັບປະລິນຍາຕີ 6 ສາຂາ ແລະ 1 ອານຸປະລິນຍາ

ສະຖາປັດຕະຍະກຳສາດ

ມີຫຼັກສູດການຮຽນ-ການສອນ ລະດັບປະລິນຍາຕີ 5 ສາຂາ

ອັກສອນສາດ

ມີຫຼັກສູດການຮຽນ-ການສອນ ລະດັບປະລິນຍາຕີ 12 ສາຂາ

ສຶກສາສາດ

ມີຫຼັກສູດການຮຽນ-ການສອນ ລະດັບປະລິນຍາຕີ 12 ສາຂາ

ນິຕິສາດ-ລັດຖະສາດ

ມີຫຼັກສູດ ປະລິນຍາຕີ 5 ສາຂາ

ກະເສດສາດ

ມີຫຼັກສູດການຮຽນ-ການສອນ ລະດັບປະລິນຍາຕີ 6 ສາຂາ

ວິທະຍາສາດສັງຄົມ

ມີຫຼັກສູດການຮຽນ-ການສອນ ລະດັບປະລິນຍາຕີ 10 ສາຂາ

ຊັບພະຍາກອນນໍ້າ

ມີຫຼັກສູດການຮຽນ-ການສອນ ລະດັບປະລິນຍາຕີ 5 ສາຂາ ແລະ 1 ອານຸປະລິນຍາ

ວິທະຍາສາດ​ການ​ກີລາ ​ແລະ ກາ​ຍະ​ກໍາ

ມີຫຼັກສູດການຮຽນ-ການສອນ ລະດັບປະລິນຍາຕີ 6 ສາຂາ ແລະ 1 ອານຸປະລິນຍາ

ເສດຖະສາດ ແລະ ບໍລິຫານທຸລະກິດ

ມີຫຼັກສູດ ລະດັບປະລິນຍາຕີ 13 ສາຂາ ແລະ 2 ຫຼັກສູດນານາຊາດ

ຮູບແບບການສອບເສັງ

ການສອບເສັງຄັດເລືອກເອົານັກສຶກສາເຂົ້າຮຽນຢູ່ແຕ່ລະສາຂາວິຊາໃນມະຫາວິທະຍາໄລແຫ່ງຊາດໃນສົກສຶກສາ 2024-2025 ຈະສອບເສັງໃນວັນ ທີ່ 10 ສິງຫາ 2024 ຊຶ່ງຈະສອບເສັງມື້ດຽວ, ຕອນເຊົ້າ 1 ຫົວບົດ ແລະ ຕອນບ່າຍ 1 ຫົວບົດ, ການສອບເສັງໄດ້ແບ່ງອອກເປັນ 2 ກຸ່ມຄື: ກຸ່ມ A (STEM) ແລະ ກຸ່ມ B (NON STEM), ແຕ່ລະກຸ່ມຈະສອບເສັງໃນຫົວບົດສອບເສັງຕ່າງກັນ
ສອບເສັງ 2 ຫົວບົດດັ່ງນີ້:
ຕອນເຊົ້າ ສອບເສັງຫົວບົດ ວິຊາຄະນິດສາດ A + ວິຊາຟີຊິກສາດ ​ເວລາ 120 ນາທີ, ​ເລີ່ມ 09​:00 ມ-11:00 ມ
ຕອນບ່າຍ ສອບເສັງຫົວບົດ (ພາສາລາວ- ວັນນະຄະດີ+ເຄມີສາດ+ຊີວະ​ສາດ+ ພາສາອັງກິດ) , ເວລາ 90 ນາທີ, ​ເລີ່ມ 14​:00 ມ-15:30​ ມ
ສອບເສັງ 2 ຫົວບົດດັ່ງນີ້:
ຕອນເຊົ້າ ສອບເສັງຫົວບົດ (ຄະນິດສາດ B + ວິຊາພາສາລາວ - ວັນນະຄະດີ), ເວລາ 120 ນາທີ, ​ເລີ່ມ 09​:00 ມ-11:00​ ມ
ຕອນບ່າຍ ສອບເສັງຫົວບົດ (ວິຊາພູມີສາດ+ປະຫວັດສາດ + ພາສາອັງກິດ) , ເວລາ 90 ນາທີ, ​ເລີ່ມ 14​:00 ມ-15:30​ ມ

ເອກະສານທີ່ນັກຮຽນຕ້ອງກະກຽມ

1.ສຳລັບນັກສອບເສັງເປັນພະນັກງານ ແລະ ນັກສອບເສັງທີ່ຈົບກ່ອນສົກຮຽນ 2023-24:

1. ສຳເນົາໃບປະກາສະນີຍະບັດຈົບ ມ. 7 ຈຳນວນ 1 ສະບັບ
2. ຮູບຂະໜາດ 3x4 ຈຳນວນ 2 ແຜ່ນ (ຖ່າຍບໍ່ໃຫ້ກາຍ 3 ເດືອນ).

2.ສຳລັບນັກສອບເສັງທີ່ຈົບສົກຮຽນ 2023-24:

1. ສຳເນົາບັດເຂົ້າຫ້ອງສອບເສັງຈົບ ມ.7 ຈຳນວນ 1 ສະບັບ
2. ຮູບຂະໜາດ 3x4 ຈຳນວນ 2 ແຜ່ນ (ໃຫ້ເອົາຮູບດຽວກັນກັບທີ່ໃຊ້ຕິດບັດເຂົ້າສອບເສັງ ມ.7).