ຄະນະ ເສດຖະສາດ ແລະ ບໍລິຫານທຸລະກິດ (ຄສບ) ຕັ້ງຢູ່ວິທະຍາເຂດດົງໂດກ, ອາຄານສະຖານທີ່ເອກະລາດ, ຫ້ອງຮຽນ, ຫ້ອງທົດລອງ, ຫ້ອງຄອມພິວເຕີ, ຫ້ອງອ່ານຄົບຖ້ວນ ແລະ ສວຍງາມ. ອາຈານສອນທຸກຄົນມີປະສົບການສູງ ແລະ ສ່ວນຫຼາຍຈົບການສຶກສາມາຈາກຕ່າງປະເທດ, ມີຫຼັກສູດການຮຽນ-ການສອນຫຼາກຫຼາຍ ເຊິ່ງປັດຈຸບັນມີຫຼັກສູດປະລິນຍາຕີໃຊ້ເວລາຮຽນ 4 ປີມີ 15 ສາຂາ ຄື:

ລ/ດ ຫຼັກສູດ ໜ່ວຍກິດ
1 ເສດຖະສາດນໍາໃຊ້ 139
2 ເສດຖະສາດການພັດທະນາ ແລະ ວາງແຜນ 139
3 ເສດຖະສາດການເງິນພາກລັດ 139
4 ບໍລິຫານທຸລະກິດທົ່ວໄປ 140
5 ການຕະຫຼາດ 143
6 ການເງິນ ແລະ ການທະນາຄານ 136
7 ການຄ້າ 139
8 ການບັນຊີ  143
9 ການກວດສອບ  143
10 ພາສີ ແລະ ສ່ວຍສາອາກອນ 140
11 ການຄ້າເອເລັກໂຕຣນິກ  137
12 ການລົງທຶນ  139
13 ຄຸ້ມຄອງເສດຖະກິດ  145
14 ເສດຖະສາດການພັດທະນາ ແລະ ວາງແຜນ (ຫຼັກສູດນານາຊາດ ຄະນະວິຊາ ຮັບຜິດຊອບໂດຍກົງ) 133
15 ບໍລິຫານທຸລະກິດ(ຫຼັກສູດນານາຊາດ ຄະນະວິຊາ ຮັບຜິດຊອບໂດຍກົງ) 150

  ແລະ ມີຫຼັກສູດຕໍ່ເນື່ອງປະລິນຍາຕີ 1 ສາຂາ ຄື: ສາຂາບໍລິຫານທຸລະກິດທົ່ວໄປ.

ຜູ້ທີ່ຮຽນຈົບບັນດາຫຼັກສູດທີ່ກ່າວມາຂ້າງເທິງນີ້ສາມາດສະໝັກເຮັດວຽກນໍາອົງການຈັດຕັ້ງພາກລັດ, ພາກເອກະຊົນ, ອົງການຈັດຕັ້ງສາກົນຕ່າງໆທີ່ຢູ່ພາຍໃນ ແລະ ຕ່າງປະເທດ ຕາມສາຂາວິຊາສະເພາະຂອງໃຜລາວ, ຫຼື ສາມາດປະກອບທຸລະກິດສ່ວນຕົວໄດ້, ເຊິ່ງໃນປັດຈຸບັນນີ້ສັງຄົມຍັງມີຕ້ອງການບຸກຄະລາກອນທີ່ຮຽນຈົບໃນບັນດາຫຼັກສູດຕ່າງໆເຫຼົ່ານີ້ຫຼາຍ ແລະ ນອກຈາກນັ້ນຜູ້ທີ່ມີຄວາມສົນໃຈຢາກສຶກສາຕໍ່ໃນລະດັບປະລິນຍາຕີ, ປະລິນຍາໂທ ແລະ ປະລິນຍາເອກໃນຫຼັກສູດຕ່າງໆຂອງ ຄສບ ກໍຍັງມີສູງເຊັ່ນດຽວກັນ.ສໍາລັບຜູ້ທີ່ຮຽນຈົບປະລິນຍາຕີໄປແລ້ວສາມາດນໍາເອົາຄວາມຮູ້ໄປໃຊ້ເປັນພື້ນຖານໃນການໄປຮຽນຕໍ່ລະດັບປະລິນຍາໂທ ແລະ ປະລິນຍາເອກຢູ່ຕ່າງປະເທດໄດ້.

ລາຍລະອຽດເພີ່ມເຕີມສອບຖາມໄດ້ທີ່ເບີໂທລະສັບໝາຍເລກ: 021 770067 ຫຼື ເຂົ້າໄປອ່ານລາຍລະອຽດໄດ້ທີ່ Website: www.febm.nuol.edu.la