ຄະນະ ອັກສອນສາດ (ຄອສ) ຕັ້ງຢູ່ວິທະຍາເຂດດົງໂດກ, ມີອາຄານສະຖານທີ່ເອກະລາດ, ຫ້ອງຮຽນ, ຫ້ອງຟັງສຽງ, ຫ້ອງຄອມພິວເຕີ, ຫ້ອງອ່ານຄົບຖ້ວນ. ຄອສ ມີຫຼັກສູດການຮຽນ-ການສອນລົງເລິກກ່ຽວກັບພາສາສາດ ແລະ ສື່ສານມວນຊົນ ຊຶ່ງປັດຈຸບັນມີຫຼັກສູດປະລິນຍາຕີຈໍານວນ 12 ສາຂາ ຄື:

ລ/ດ ຫຼັກສູດ ໜ່ວຍກິດ
1 ພາສາ ແລະ ວັດທະນະທຳລາວ 140
2 ສື່ສານມວນຊົນ 146
3 ພາສາອັງກິດ 144
4 ພາສາຝຣັ່ງ 137
5 ພາສາຍີ່ປຸ່ນ 146
6 ພາສາຈີນ 145
7 ພາສາຫວຽດນາມ 140
8 ພາສາເຢຍລະມັນ 147
9 ພາສາເກົາຫລີ 144
10 ພາສາລັດເຊຍ 142
11  ພາສາແອັດສະປາຍໂຍນ 147
12 ພາສາຝຣັ່ງສຳລັບການທ່ອງທ່ຽວ (ເຂົ້າສອບເສັງດ້ວຍ ພາສາຝຣັ່ງ ລະດັບ A1 ເຊິ່ງແມ່ນຄະນະວິຊາຮັບຜິດຊອບໂດຍກົງ) 131

ມີຫຼັກສູດຕໍ່ເນື່ອງປະລິນຍາຕີ 1 ຫຼັກສູດຄື: ສາຂາ ພາສາອັງກິດ

ຜູ້ທີ່ຮຽນຈົບບັນດາຫຼັກສູດທີ່ກ່າວມາຂ້າງເທິງນີ້ສາມາດສະໝັກເຮັດວຽກນໍາອົງການຈັດຕັ້ງລັດ, ເອກະຊົນ ແລະ ອົງການຈັດຕັ້ງສາກົນຢູ່ພາຍໃນ ແລະ ຕ່າງປະເທດ ຕາມສາຂາວິຊາສະເພາະຂອງໃຜລາວ, ຫຼື ເຮັດທຸລະກິດ ສ່ວນຕົວໄດ້ ຊຶ່ງໃນປັດຈຸບັນນີ້ສັງຄົມຍັງຕ້ອງການຫຼາຍ, ສ່ວນບຸກຄົນໃດຕ້ອງການທີ່ຈະຮຽນຕໍ່ປະລິນຍາໂທ ແລະ ປະລິນຍາເອກ ກໍສາມາດຮຽນຕໍ່ໄດ້ທັງຢູ່ພາຍໃນ ແລະ ຕ່າງປະເທດ.

ລາຍລະອຽດເພີ່ມເຕີມສອບຖາມໄດ້ທີ່ເບີໂທລະສັບໝາຍເລກ: 021 740277 ຫຼື ເຂົ້າໄປອ່ານລາຍລະອຽດໄດ້ທີ່ Website: www.fol.nuol.edu.la