ຄະນະ ສະຖາປັດຕະຍະກຳສາດ (ຄສປ) ຕັ້ງຢູ່ວິທະຍາເຂດດົງໂດກ, ມີອາຄານສະຖານທີ່ເອກະລາດ, ຫ້ອງຮຽນ, ຫ້ອງທົດລອງ, ຫ້ອງແຕ້ມແບບ, ຫ້ອງຄອມພິວເຕີ, ຫ້ອງອ່ານຄົບຖ້ວນ. ຄສປ ມີຫຼັກສູດການຮຽນການສອນຫຼາກຫຼາຍ ຊຶ່ງປັດຈຸບັນມີຫຼັກສູດປະລິນຍາຕີ 5 ສາຂາ ຄື:

ລ/ດ ຫຼັກສູດ ໜ່ວຍກິດ
1 ສະຖາປັດຕະຍະກຳສາດ (ໃຊ້ເວລາຮຽນ 5 ປີ )  176 
2 ວິທະຍາການອາຄານ 135 
3 ອອກແບບຕົກແຕ່ງ 145
4 ອອກແບບຜະລິດຕະພັນ 145
5 ການວາງແຜນ ແລະ ອອກແບບສະພາບແວດລ້ອມຜັງເມືອງ 149

 ສາຂາສະຖາປັດຕະຍະກຳສາດ ຮຽນກ່ຽວກັບການອອກແບບອາຄານ, ໂຮງຈັກ ໂຮງງານ ແລະ ທີ່ພັກພາອາໃສ, ໃຊ້ເວລາຮຽນ 5 ປີ, ຜູ້ທີ່ຮຽນຈົບຫຼັກສູດນີ້ຈະປະສົບຜົນສໍາເລັດຢ່າງສູງ.

ສາຂາການວາງແຜນ ແລະ ອອກແບບສະພາບແວດລ້ອມຜັງເມືອງ ຮຽນຮູ້ກ່ຽວກັບວິທີການອອກແບບພູມີທັດ ຂອງບ້ານ, ເມືອງ, ແຂວງ, ສວນສາທາລະນະ ແລະ ອື່ນໆ.

ສາຂາວິທະຍາການອາຄານ ເມື່ອກ່ອນເອີ້ນວ່າເຄຫະສະຖານ ແມ່ນຮຽນຮູ້ກ່ຽວກັບການຄິດໄລ່ໂຄງສ້າງອາຄານ, ປະເມີນລາຄາ ແລະ ສາມາດບໍລິຫານການກໍ່ສ້າງອາຄານ ແລະ ໂຄງການຕ່າງໆໄດ້.

ສາຂາອອກແບບຕົກແຕ່ງ ຮຽນຮູ້ກ່ຽວກັບວິທີການອອກແບບຕົກແຕ່ງພາຍໃນອາຄານເພື່ອໃຫ້ສວຍງາມ ແລະ ໜ້າຢູ່ອາໃສ, ອອກແບບຕົກແຕ່ງພາຍນອກອາຄານ, ສະໜາມໜ້າ ແລະ ອື່ນໆ.

ສາຂາອອກແບບຜະລິດຕະພັນ ຮຽນຮູ້ກ່ຽວກັບວິທີການອອກແບບຫຸ້ມຫໍ່ຜະລິດຕະພັນຕ່າງໆເພື່ອເພີ່ມສີສັນ ແລະ ມູນຄ່າຂອງສິນຄ້າໃຫ້ມີລາຄາສູງຂຶ້ນ.

ເມື່ອຮຽນຈົບບັນດາຫຼັກສູດທີ່ໄດ້ກ່າວມາຂ້າງເທິງນີ້ສາມາດໄປສະໝັກເຮັດວຽກນໍາພາກລັດ, ບໍລິສັດເອກະຊົນ ຫຼື ເຮັດທຸລະກິດສ່ວນຕົວໄດ້ ຊຶ່ງໃນປັດຈຸບັນນີ້ສັງຄົມຍັງຕ້ອງການຫຼາຍ, ສ່ວນບຸກຄົນໃດຕ້ອງການທີ່ຈະຮຽນຕໍ່ປະລິນຍາໂທ ແລະ ປະລິນຍາເອກ ກໍສາມາດຮຽນຕໍ່ໄດ້ທັງຢູ່ພາຍໃນ ແລະ ຕ່າງປະເທດ.

ລາຍລະອຽດເພີ່ມເຕີມສອບຖາມໄດ້ທີ່ເບີໂທລະສັບໝາຍເລກ: 021 414530 ຫຼື ເຂົ້າໄປອ່ານລາຍລະອຽດໄດ້ທີ່ Website: www.far.nuol.edu.la