ຄະນະ ວິທະຍາສາດປ່າໄມ້ (ຄປມ) ຈັດການຮຽນ-ການສອນ ແລະການຄົ້ນຄ້ວາດ້ານວິທະຍາສາດປ່າໄມ້ ແລະອຸດສາຫະກຳທີ່ກ່ຽວຂ້ອງ; ຕັ້ງຢູ່ວິທະຍາເຂດດົງໂດກ ມີສິ່ງອຳນວຍຄວາມສະດວກດ້ານການຮຽນ-ການສອນ ແລະ ການຄົ້ນຄ້ວາທີ່ຫຼາກຫຼາຍມີອາຄານສະຖານທີ່ເອກະລາດ, ຫ້ອງຮຽນ, ຫ້ອງທົດລອງດິນ ແລະ ນໍ້າ, ສູນທົດລອງວິທະຍາສາດໄມ້ ແລະ ເຕັກໂນໂລຊີໄມ້, ສູນພະລັງງານຊີວະພາບ, ສູນສຶກສາການປ່ຽນແປງພູມອາກາດ, ຫ້ອງ GIS, ຫ້ອງຄອມພິວເຕີ, ຫໍສະໝຸດ, ສູນຮຽນຮູ້ການຈັດການຂີ້ເຫຍື້ອ, ສະຖານີກ້າເບັ້ຍໄມ້, ສວນປູກໄມ້ ແລະ ສູນສຶກສານິເວດຊັບພະຍາກອນນໍ້າ. ນອກນັ້ນຍັງມີສວນປູກໄມ້, ປ່າທໍາມະຊາດ ແລະ ທີ່ພັກຢູ່ເຂດເມືອງສັງທອງ ໃຊ້ສຳລັບເປັນສະຖານທີ່ຝຶກຫັດພາກສະໜາມ ແລະ ສະຖານທີ່ຄົ້ນຄ້ວາປ່າໄມ້. ຄປມມີການຮຽນ-ການສອນ ແຕ່ລະດັບອະນຸປະລິນຍາ, ປະລິນຍາຕີວິທະຍາສາດ, ປະລິນຍາໂທວິທະຍາສາດ ແລະ ປະລິນຍາເອກ, ປັດຈຸບັນມີຫຼັກສູດປະລິນຍາຕີ 6 ສາຂາຄື:

ລ/ດ ຫຼັກສູດ ໜ່ວຍກິດ
1 ການທ່ອງທ່ຽວອະນຸຮັກ 143
2 ການປ່າໄມ້ຊຸ່ມຊົນ ແລະ ພັດທະນາຊົນນະບົດ 138
3 ການຈັດສັນຄຸ້ມຄອງປ່າໄມ້ 140
4 ການຈັດສັນຄຸ້ມຄອງແຫຼ່ງນ້ຳ ແລະ ນຳໃຊ້ທີດິນ 138
5 ເສດຖະສາດປ່າໄມ້ ແລະ ເຕັກໂນໂລຊີປຸງແຕ່ງໄມ້ 147
6 ການອະນຸລັກປ່າໄມ້ ແລະ ສັດປ່າ  146

 ມີຫຼັກສູດຕໍ່ເນື່ອງປະລິນຍາຕີ 1 ຫຼັກສູດຄື: ສາຂາ ວິທະຍາສາດປ່າໄມ້

ມີຫຼັກສູດອະນຸປະລິນຍາ 1 ຫຼັກສູດຄື: ສາຂາປ່າໄມ້ລວມ

ພາຍຫຼັງນັກສຶກສາ ຮຽນຈົບຈາກສາຂາວິຊາຕ່າງໆຂ້າງເທິງນັ້ນ ສາມາດສະໝັກເຮັດວຽກນໍາກະຊວງກະສິກຳ ແລະ ປ່າໄມ້, ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ກະຊວງອື່ນໆ ທີ່ກ່ຽວຂ້ອງ, ສາມາດເຮັດວຽກນຳບັນດາຂະແໜງການ ແລະ ຫ້ອງການທີ່ກ່ຽວຂ້ອງຢູ່ລະດັບແຂວງ ແລະ ເມືອງທົ່ວປະເທດ. ນອກຈາກນັ້ນກໍ່ຍັງສາມາດເຮັດວຽກນໍາອົງການຈັດຕັ້ງສາກົນ, ເຮັດວຽກນຳເອກະຊົນ ຫຼື ເຮັດທຸລະກິດສວນຕົວໄດ້ ຊຶ່ງໃນປັດຈຸບັນສັງຄົມຍັງມີຄວາມຕ້ອງການບຸກຄະລາກອນດ້ານນີ້ຫຼາຍ. ສຳລັບບຸກຄົນໃດຕ້ອງການທີ່ຈະຮຽນຕໍ່ປະລິນຍາໂທ ແລະ ປະລິນຍາເອກ ກໍ່ສາມາດຮຽນຕໍ່ໄດ້ທັງພາຍໃນ ແລະ ຕ່າງປະເທດ.

ລາຍລະອຽດເພີ່ມເຕີມສອບຖາມໄດ້ທີ່ເບີໂທລະສັບໝາຍເລກ: 021 770813, 021 771354 ຫຼື ເຂົ້າໄປອ່ານລາຍລະອຽດໄດ້ທີ່ Website: www.fof.nuol.edu.la