ຄະນະ ນິຕິສາດ-ລັດຖະສາດ (ຄນລ) ຕັ້ງຢູ່ວິທະຍາເຂດ ດອນນົກຂຸ້ມ, ເປັນສະຖາບັນການສຶກສາທີ່ນໍາໜ້າທາງດ້ານການສຶກສາດ້ານກົດໝາຍ ຢູ່ ສປປ.ລາວ ມີອາຄານສະຖານທີ່ເອກະລາດ, ມີຫ້ອງຮຽນ, ຫ້ອງທົດລອງ, ຫ້ອງຄອມພິວເຕີ, ຫ້ອງອ່ານຄົບຖ້ວນ ແລະ ສວຍງາມ. ຄນລ ມີຫຼັກສູດການ-ຮຽນການສອນຫຼາກຫຼາຍ ຊຶ່ງປັດຈຸບັນມີຫຼັກສູດປະລິນຍາຕີຈໍານວນ 5 ສາຂາ ຄື:

ລ/ດ ຫຼັກສູດ ໜ່ວຍກິດ
1 ກົດໝາຍແພ່ງ 138
2 ການປົກຄອງ  147
3 ກົດໝາຍອາຍາ 146
4 ກົດໝາຍທຸລະກິດ 140
5 ການຕ່າງປະເທດ  144

  ແລະ ມີຫຼັກສູດ ຕໍ່ເນື່ອງ ປະລິນຍາຕີ 4 ສາຂາ ຄື:

ລ/ດ ຫຼັກສູດ
 1 ກົດໝາຍຍຸຕິທໍາ
 2 ກົດໝາຍອາຍາ
 3 ກົດໝາຍທຸລະກິດ
 4 ການປົກຄອງ

 ຜູ້ທີ່ຮຽນຈົບບັນດາຫຼັກສູດທີ່ກ່າວມາຂ້າງເທິງນີ້ສາມາດສະໝັກເຮັດວຽກນໍາອົງການຈັດຕັ້ງລັດ, ເອກະຊົນ ແລະ ອົງການຈັດຕັ້ງສາກົນຢູ່ພາຍໃນ ແລະ ຕ່າງປະເທດ ຕາມສາຂາວິຊາສະເພາະຂອງໃຜລາວ, ເປັນທີ່ປຶກສາທາງດ້ານກົດໝາຍໃຫ້ແກ່ສັງຄົມໃນປັດຈຸບັນນີ້ສັງຄົມຍັງຕ້ອງການບຸກຄະລາກອນທາງດ້ານກົດໝາຍຈໍານວນຫຼວງຫຼາຍ ສ່ວນບຸກຄົນໃດຕ້ອງການທີ່ຈະຮຽນຕໍ່ປະລິນຍາໂທ ແລະ ປະລິນຍາເອກ ກໍສາມາດຮຽນຕໍ່ໄດ້ທັງຢູ່ພາຍໃນ ແລະ ຕ່າງປະເທດ.

ລາຍລະອຽດເພີ່ມເຕີມສອບຖາມໄດ້ທີ່ເບີໂທລະສັບໝາຍເລກ: 030 5709994 ຫຼື ເຂົ້າໄປອ່ານລາຍລະອຽດໄດ້ທີ່ Website: www.flp.nuol.edu.la