ຄກສ ຕັ້ງຢູ່ວິທະຍາເຂດນາບົງ, ມີອາຄານສະຖານທີ່ເອກະລາດ, ຫ້ອງຮຽນ, ຫ້ອງທົດລອງ, ສະຖານທີ່ຝຶກຫັດພາກສະໜາມ, ຫ້ອງຄອມພິວເຕີ, ຫ້ອງອ່ານຄົບຖ້ວນ. ຄກສ ມີຫຼັກສູດການຮຽນການສອນຫຼາກຫຼາຍ ຊຶ່ງປັດຈຸບັນມີຫຼັກສູດປະລິນຍາຕີຈໍານວນ 6 ຫຼັກສູດ (ໃຊ້ເວລຮຽນ 4 ປີ ມີ 5 ສາຂາ ແລະ ໃຊ້ເວລຮຽນ 6 ປີ ມີ 1 ສາຂາ)ຄື:

ລ/ດ ຫຼັ້ກສູດ ໜ່ວຍກິດ
1 ປູກຝັງ  137
2 ປ້ອງກັນພືດ 133 
3 ລ້ຽງສັດ 141
4 ການປະມົງ 145
5 ເສດຖະກິດກະສິກຳ ແລະ ເຕັກໂນໂລຊີອາຫານ 136
6 ສັດຕະວະແພດ (ໃຊ້ເວລາຮຽນ 6 ປີ) 179

ແລະ ມີຫຼັກສູດ ຕໍ່ເນື່ອງ ປະລິນຍາຕີ 2 ສາຂາ ຄື:

ລ/ດ ຫຼັ້ກສູດ
1 ການປູກຝັງ
2 ລ້ຽງສັດ ແລະ ການປະມົງ

ຜູ້ທີ່ຮຽນຈົບບັນດາສາຂາວິຊາຕ່າງໆຂອງຄະນະກະເສດສາດທີ່ໄດ້ກ່າວໄວ້ໃນຂ້າງເທິງນັ້ນ ສາມາດສະໝັກເຮັດວຽກນໍາບັນດາກະຊວງກະສິກໍາ ແລະ ປ່າໄມ້, ແລະ ກະຊວງອື່ນໆທີ່ກ່ຽວຂ້ອງເຊັ່ນ: ກະຊວງແຜນການ ແລະ ການລົງທຶນ, ກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ, ກະຊວງອຸດສະຫະກຳ ແລະ ການຄ້າ, ບັນດາພະແນກການຂັ້ນແຂວງ ແລະ ຫ້ອງການຂັ້ນເມືອງຂອງຂະແໜງການ ຫຼື ກະຊວງທີ່ກ່າວມາຂ້າງເທິງນັ້ນ. ນອກຈາກນັ້ນນັກສຶກສາທີ່ຮຽນຈົບຈາກຄະນະກະເສດສາດຍັງສາ ມາດເຮັດວຽກໄດ້ນໍາໂຄງການພັດທະນາກະສິກໍາ ແລະ ຊົນນະບົດ, ທຸລະກິດເອກະຊົນ, ທະນາຄານ ຫຼື ສາມາດປະກອບທຸລະກິດກະເສດດ້ວຍຕົນເອງ. ປັດຈຸບັນນີ້ປະເທດລາວມີຄວາມຕ້ອງການບຸກຄະລາກອນທີ່ຮຽນຈົບຈາກຄະນະກະເສດສາດເປັນຈໍານວນຫຼວງຫຼາຍ, ສ່ວນບຸກຄົນໃດຕ້ອງການທີ່ຈະຮຽນຕໍ່ປະລິນຍາໂທ ແລະ ປະລິນຍາເອກສະເພາະສາຂາວິຊາກໍສາມາດຮຽນຕໍ່ຍອດໄດ້ທັງຢູ່ພາຍໃນແລະ ຕ່າງປະເທດ.

ລາຍລະອຽດເພີ່ມເຕີມສອບຖາມໄດ້ທີ່ເບີໂທລະສັບໝາຍເລກ: 030 5904014 ຫຼື ເຂົ້າໄປອ່ານລາຍລະອຽດໄດ້ທີ່ Website: www.fag.nuol.edu.la