ຄະນະວິທະຍາສາດ ສິ່ງແວດລ້ອມ (ຄສວ) ມີທີ່ຕັ້ງຢູ່ວິທະຍາເຂດດົງໂດກ, ປະກອບມີຫ້ອງຮຽນ, ຫ້ອງທົດລອງ, ຫ້ອງຄອມພິວເຕີ, ຫ້ອງອ່ານ ແລະ ຫ້ອງປະຊຸມອະເນກປະສົງຄົບຖ້ວນ, ມີສະຖານທີ່ກວ້າງຂວາງ ແລະ ມີສະຖານທີ່ລົງພາກສະໜາມເປັນເອກະລາດ ທີ່ເມືອງເຟືອງ ແຂວງວຽງຈັນ. ຄສວມີຫຼັກສູດການຮຽນ-ການສອນ ລະດັບປະລິນຍາຕີ 5 ສາຂາຄື:

ລ/ດ ຫຼັກສູດ ໜ່ວຍກິດ
1 ວິທະຍາສາດສິ່ງແວດລ້ອມ 140
2 ການຈັດການສິ່ງແວດລ້ອມ 142
3 ການວາງແຜນພັດທະນາ 141
4 ເຕັກໂນໂລຊີສິ່ງແວດລ້ອມ 141
5 ສິ່ງແວດລ້ອມສຶກສາ  140

 ພາຍຫຼັງຮຽນຈົບການສຶກສາ ບັນດິດຈະມີຄວາມຮູ້, ຄວາມສາມາດໃນດ້ານການວິເຄາະ, ວິໄຈຄຸນນະພາບສິ່ງແວດລ້ອມ ເປັນຕົ້ນແມ່ນ: ວິໄຈຄຸນນະພາບນໍ້າ, ອາກາດ, ສຽງ, ແສງ ແລະ ອື່ນໆ. ບັນດິດຍັງມີຄວາມຮູ້ທາງດ້ານການບໍລິຫານຈັດການສິ່ງແວດລ້ອມ, ດ້ານນິຕິກໍາສິ່ງແວດລ້ອມ, ການພັດທະນາຕົວເມືອງ, ພັດທະນາຊົນນະບົດ ຮູ້ຈັກນໍາໃຊ້ເຄື່ອງມືໃນການວິໄຈກວດສອບສິ່ງແວດລ້ອມ ແລະ ອື່ນໆ. ບັນດິດສາມາດສະໝັກເຮັດວຽກນໍາກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ກະຊວງຄົມມະນາຄົມ ແລະ ຂົ່ນສົ່ງ, ກະຊວງອຸດສະຫະກໍາ ແລະ ການຄ້າ, ກະຊວງກະສິກໍາ ແລະ ປ່າໄມ້, ບໍລິສັດລັດວິສະຫະກິດໄຟຟ້າລາວ...ນອກຈາກນັ້ນຍັງສາມາດເຮັດວຽກນໍາອົງການຈັດຕັ້ງສາກົນ, ບໍລິສັດເອກະຊົນ ແລະ ບໍລິສັດທີ່ປຶກສາທາງດ້ານສິ່ງແວດລ້ອມຄື: ໂຄງການ NGO ແລະ ອື່ນໆອີກທີ່ບໍ່ຂຶ້ນກັບລັດຖະບານ. ຊຶ່ງໃນປັດຈຸບັນນີ້ສັງຄົມຍັງມີຄວາມຕ້ອງການສູງ, ສໍາລັບບຸກຄົນໃດຕ້ອງການຮຽນຕໍ່ ຫຼືຍົກລະດັບຄວາມຮູ້, ຄວາມສາມາດໃນລະດັບປະລິນຍາໂທ ແລະ ປະລິນຍາເອກ ກໍສາມາດຮຽນຕໍ່ໄດ້ທັງຢູ່ພາຍໃນ ແລະ ຕ່າງປະເທດ. ລາຍລະອຽດເພີ່ມເຕີມສອບຖາມໄດ້ທີ່ເບີໂທລະສັບໝາຍເລກ: 030 5328898, 021 7700561 ຫຼື ເຂົ້າໄປອ່ານລາຍລະອຽດໄດ້ທີ່ Website: www.fes.nuol.edu.la