ຄະນະວິທະຍາສາດສັງຄົມ (ຄສຄ) ຕັ້ງຢູ່ວິທະຍາເຂດດົງໂດກ ມີອາຄານຮຽນທີເປັນເອກະ ລາດ, ມີຫ້ອງຮຽນ, ທົດລອງ ຫຼື ຫ້ອງຝຶກປະຕິບັດ, ຫ້ອງຄອມພິວເຕີ ແລະ ມີຫ້ອງອ່ານທີ່ຂຶ້ນກັບແຕ່ລະພາກວິຊາຄົບຖ້ວນ ແລະ ສວຍງາມ. ຄສຄ ມີຫຼັກສູດການສອນ-ການຮຽນທີຫຼາກຫຼາຍ; ຊຶ່ງໃນປະຈຸບັນມີຫຼັກສູດລະດັບປະລິນຍາຕີ ຈຳນວນ 10 ສາຂາ ດັ່ງນີ້ຄື:

ລ/ດ ຫຼັກສູດ ໜ່ວຍກິດ
1 ພູມີສາດ ແລະ ພູມີສາລະສົນເທດສາດ 144
2 ບັນນາຮັກສາດ ແລະ ສາຣະສົນເທດສາດ 134
3 ປະຫວັດສາດ ແລະ ມານຸດວິທະຍາ 135
4 ບູຮານວິທະຍາ ແລະ ຄຸ້ມຄອງມໍລະດົກ 137
5 ການທ່ອງທ່ຽວ 137
6 ພັດທະນາຊຸມຊົນ ແລະ ຊົນນະບົດ 141
7 ການໂຮງແຮມ 140
8 ວິທະຍາສາດການເມືອງ 137
9 ສັງຄົມສົງເຄາະ ແລະ ການພັດທະນາ 141
10 ບໍລິຫານລັດຖະກິດ 137

 ແລະ ມີຫຼັກສູດ -ຕໍ່ເນື່ອງ ປະລິນຍາຕີ 3 ສາຂາ ຄື:

ລ/ດ ຫຼັກສູດ
1 ການເມືອງ ແລະ ບໍລິຫານລັດຖະກິດ
2 ການທ່ອງທ່ຽວ
3 ການໂຮງແຮມ

 ຜູ້ທີ່ຮຽນຈົບບັນດາຫຼັກສູດທີ່ກ່າວມາຂ້າງເທິງນີ້ສາມາດສະໝັກເຮັດວຽກນໍາອົງການຈັດຕັ້ງລັດ, ເອກະຊົນ ແລະ ອົງການຈັດຕັ້ງສາກົນຢູ່ພາຍໃນ ແລະ ຕ່າງປະເທດ ຕາມສາຂາວິຊາສະເພາະຂອງໃຜລາວ ແລະ ເປັນທີ່ປຶກສາທາງດ້ານການພັດ ທະນາສັງຄົມໃຫ້ແກ່ບັນດາຊຸມຊົນຕ່າງໆ, ໃນປັດຈຸບັນນີ້ສັງຄົມຍັງຕ້ອງການບຸກຄະລາກອນທາງດ້ານນີ້ຈໍານວນຫຼວງຫຼາຍ, ສ່ວນບຸກຄົນໃດຕ້ອງການທີ່ຈະຮຽນຕໍ່ປະລິນຍາໂທ ແລະ ປະລິນຍາເອກ ກໍສາມາດຮຽນຕໍ່ໄດ້ທັງຢູ່ພາຍໃນ ແລະ ຕ່າງປະເທດ.

ລາຍລະອຽດເພີ່ມເຕີມສອບຖາມໄດ້ທີ່ເບີໂທລະສັບໝາຍເລກ: 021 770876 ຫຼື ເຂົ້າໄປອ່ານລາຍລະອຽດໄດ້ທີ່ Website: www.fss.nuol.edu.la