ຄະນະວິທະຍາສາດທຳມະຊາດ (ຄວທ) ຕັ້ງຢູ່ວິທະຍາເຂດດົງໂດກ, ຮຽນລົງເລິກດ້ານວິທະຍາສາດ, ມີອາຄານສະຖານທີ່ກວ້າງຂວາງ ແລະ ເປັນເອກະ ລາດ, ມີຫ້ອງຮຽນ, ຫ້ອງທົດລອງ, ຫ້ອງຄອມພິວເຕີ, ຫ້ອງອ່ານຄົບຖ້ວນ. ຄວທ ມີຫຼັກສູດການຮຽນ-ການສອນຫຼາກຫຼາຍຊຶ່ງປັດຈຸບັນມີຫຼັກສູດປະລິນຍາຕີຈໍານວນ 14 ສາຂາ ຄື:

ລ/ດ ຫຼັດສູດ ໜ່ວຍກິດ
1 ຄະນິດສາດ 141
2 ສະຖິຕິ 132
3 ຄະນິດສາດນຳໃຊ້ສຳລັບເສດຖະສາດ ແລະ ບໍລິຫານທຸລະກິດ 140
4 ຟີຊິກສາດ 136
5 ວັດສະດຸສາດ 137
6 ຟີຊິກນີວເຄຍ  136
7 ທໍລະນີຟີຊິກນຳໃຊ້  138
8 ເຄມີສາດ 132
9 ເຄມີສິ່ງແວດລ້ອມ 133
10 ຊີວະວິທະຍາ 128
11 ເຕັກໂນໂລຊີ ຊີວະພາບ 126
12 ວິທະຍາສາດຄອມພິວເຕີ 137
13 ການພັດທະນາໂປຼແກຼມຄອມພິວເຕີ 144
14 ການພັດທະນາເວັບໄຊ 144

ເມື່ອຮຽນຈົບບັນດາຫຼັກສູດທີ່ໄດ້ກ່າວມາຂ້າງເທິງນີ້ສາມາດໄປສະໝັກເຮັດວຽກນໍາພາກລັດ, ລັດວິສະຫະກິດ, ບໍລິສັດເອກະຊົນ ຫຼື ເຮັດທຸລະກິດສ່ວນຕົວໄດ້ ຊຶ່ງໃນປັດຈຸບັນນີ້ສັງຄົມຍັງມີຄວາມຕ້ອງການຫຼາຍ, ສ່ວນບຸກຄົນໃດຕ້ອງການທີ່ຈະຮຽນຕໍ່ປະລິນຍາໂທ ແລະ ປະລິນຍາເອກ ກໍສາມາດຮຽນຕໍ່ໄດ້ທັງຢູ່ພາຍໃນ ແລະ ຕ່າງປະເທດ.

ລາຍລະອຽດເພີ່ມເຕີມສອບຖາມໄດ້ທີ່ເບີໂທລະສັບໝາຍເລກ: 021 770173 ຫຼື ເຂົ້າໄປອ່ານລາຍລະອຽດໄດ້ທີ່ Website: www.fos.nuol.edu.la