ຄະນະວິທະຍາສາດການກີລາ ແລະ ກາຍະກໍາ (ຄວກ) ຕັ້ງຢູ່ວິທະຍາເຂດດົງໂດກ, ເປັນຄະນະວິຊາທີ່ຕັ້ງຂຶ້ນມາໃໝ່ ຊຶ່ງໄດ້ແຍກອອກມາຈາກຄະນະສຶກສາສາດ, ອາຄານສະຖານທີ່ເອກະລາດ, ຫ້ອງຮຽນ, ຫ້ອງເຝິກແອບກີລາປະເພດຕ່າງໆຄົບຖ້ວນ. ມີການເຊັນສັນຍາຮ່ວມືກັບແລກປ່ຽນ ແລະ ຊ່ວຍເຫຼືອ ທາງດ້ານອາຈານສອນຮັບເຊີນມາປະຈໍາຈາກສະຫະພັນກີລາແຫ່ງຊາດລາວ ແລະ ໂຮງຮຽນກີລາຈາກພາຍໃນ ແລະ ຕ່າງປະເທດຄົບທຸກປະເພດກີລາ, ມີຫຼັກສູດການຮຽນ-ການສອນລົງເລິກກ່ຽວກັບການກີລາ ແລະ ກາຍະກໍາ ຊຶ່ງປັດຈຸບັນມີຫຼັກສູດປະລິນຍາຕີຈໍານວນ 06 ສາຂາ ຄື:

ລ/ດ ຫຼັກສູດ ໜ່ວຍກິດ
1 ຄູພະລະສຶກສາ 160
2 ຄູເຝິກກິລາບານເຕະ  133
3 ຄູເຝິກກິລາແລ່ນ-ລານ  133
4 ວິທະຍາສາດການກິລາ  136
5 ບໍລິຫານການກິລາ  137
6 ຄູຝຶກກິລາບານສົ່ງ  133

ແລະ ມີຫຼັກສູດ ອະນຸປະລິນຍາຕີ 01 ສາຂາ ຄື: ສາຂາ ຄູພະລະສຶກສາ ຜູ້ທີ່ຮຽນຈົບຫຼັກສູດດັ່ງກ່າວມາຂ້າງເທິງນີ້ແມ່ນປະກອບອາຊີບຄູສອນຕາມໂຮງຮຽນມັດທະຍົມສົມບູນ (ສອນແຕ່ ມ.1 ເຖິງ ມ.7) ຂອງໂຮງຮຽນພາກລັດ ແລະ ພາກເອກະຊົນ. ນອກຈາກນັ້ນຍັງສາມາດໄປປະກອບອາ ຊີບເປັນຄູເຝິກກີລາແຕ່ລະປະເພດຕາມສາຂາວິຊາສະເພາະ ໄດ້ຕາມວິທະຍາໄລແຫ່ງຕ່າງໆທັງພາກລັດ ແລະ ເອກະຊົນ ຫຼື ໄປເຮັດວຽກບໍລິຫານການການກີລາຢູ່ຕາມໂຮງຮຽນ, ຫ້ອງການສຶກສາທິການ ແລະ ກິລາ ຂອງເມືອງ, ຂອງແຂວງທົ່ວປະເທດ. ຊຶ່ງໃນປັດຈຸບັນນີ້ສັງຄົມຍັງຕ້ອງການຫຼາຍ, ສ່ວນບຸກຄົນໃດທີ່ຕ້ອງການທີ່ຈະຮຽນຕໍ່ປະລິນຍາໂທ ແລະ ປະລິນຍາເອກ ກໍສາມາດຕໍ່ໄດ້ຢູ່ຕ່າງປະເທດ.

ລາຍລະອຽດເພີ່ມເຕີມສອບຖາມໄດ້ທີ່ເບີໂທລະສັບໝາຍເລກ: 021 770473 ຫຼື ເຂົ້າໄປອ່ານລາຍລະອຽດໄດ້ທີ່ Website: www.fsp.nuol.edu.la