ຄະນະຊັບພະຍາກອນນໍ້າ (ຄຊນ) ຕັ້ງຢູ່ວິທະຍາເຂດຕາດທອງ, ເປັນຄະນະວິຊາທີ່ຕັ້ງຂື້ນມາໃໝ່ ຊຶ່ງໄດ້ແຍກອອກມາຈາກຄະນະວິສະວະກໍາສາດ, ມີອາຄານສະຖານທີ່ເອກະລາດ, ຫ້ອງຮຽນ, ຫ້ອງທົດລອງ, ຫ້ອງຄອມພິວເຕີ, ຫ້ອງສະໝຸດ, ມີສະຖານທີ່ກວ້າງຂວາງ ແລະ ທິວທັດສວຍງາມ. ຄຊນ ປະຈຸບັນມີຫຼັກສູດປະລິນຍາຕີຈໍານວນ 5 ສາຂາຄື:

ລ/ດ ຫຼັກສູດ ໜ່ວຍກິດ
1 ວິສະວະກຳ ຊົນລະປະທານ 146
2 ການພັດທະນາ ແລະ ຄຸ້ມຄອງຊັບພະຍາກອນນ້ຳ 147
3 ອຸຕຸນິຍົມ ແລະ ອຸທົກກະສາດ 142
4 ນໍ້າໃຕ້ດິນ  140
5 ການຄຸ້ມຄອງໄພພິບັດ  142

ມີຫຼັກສູດຕໍ່ເນື່ອງ ປະລິນຍາຕີ ຈໍານວນ 1 ສາຂາຄື ສາຂາ ຊົນລະປະທານ 64 ໜ່ວຍກິດ ແລະ ມີຫຼັກສູດອະນຸປະລິນຍາຕີ 1 ສາຂາຄື: ສາຂາວິຊາ ເຕັກນິກຊົນລະປະທານ ຜູ້ທີ່ຮຽນຈົບຈາກສາຂາວິຊາຕ່າງໆຂອງຄະນະຊັບພະຍາກອນນໍ້າ ສາມາດສະໝັກເຮັດວຽກນໍາບັນດາກະຊວງຕ່າງໆເຊັ່ນ: ກະຊວງກະສີກໍາ-ປ່າໄມ້, ກົມຊົນລະປະທານ, ສູນ ແລະ ສະຖາບັນສໍາຫລວດອອກແບບຊົນລະປະທານ, ພະແນກກະສີກໍາ-ປ່າໄມ້ແຂວງ, ຫ້ອງການກະສີກໍາ-ປ່າໄມ້ເມືອງ; ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ກົມຊັບພະຍາ ກອນນໍ້າ, ກົມຄຸ້ມຄອງໄພພິບັດ, ກົມອຸຕຸນິຍົມ ແລະ ອຸທົກກະສາດ, ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ, ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເມືອງ; ກະຊວງພະລັງງານ ແລະ ບໍ່ແຮ່, ກະຊວງໂຍທາ ແລະ ຂົນສົ່ງ, ແລະອື່ນໆ. ນອກນັ້ນຍັງສາມາດສະໝັກເຮັດວຽກນໍາບໍລິສັດເອກະຊົນ, ໂຄງການ, ອົງການຈັດຕັ້ງສາກົນອື່ນໆ ແລະ ອົງການຈັດຕັ້ງທີ່ບໍ່ຂື້ນກັບລັດຖະບານ (NGOs) ໄດ້, ຊຶ່ງໃນປະຈຸບັນນີ້ປະເທດລາວມີຄວາມຕ້ອງການບຸກຄະລາກອນທີ່ຮຽນຈົບສາຂາຕ່າງໆ ທີ່ໄດ້ກ່າວມາຂ້າງເທິງນີ້ເປັນຈໍານວນຫລວງຫລາຍ, ສ່ວນບຸກຄົນໃດທີ່ຕ້ອງການຮຽນຕໍ່ປະລິນຍາໂທ ແລະ ປະລິນຍາເອກ ສະເພາະສາຂາວິຊາກໍສາມາດຮຽນຕໍ່ໄດ້ທັງພາຍໃນ ແລະ ຕ່າງປະເທດ.

ລາຍລະອຽດເພີ່ມເຕີມສອບຖາມໄດ້ທີ່ເບີໂທລະສັບໝາຍເລກ 021 670848, ແຟັກ: 021 670607, ຫຼື ເຂົ້າໄປອ່ານລາຍລະອຽດໄດ້ທີ່ Website: www.nuol.edu.la or www.fglaos.com/FWR/