ຄະນະວິສະວະກຳສາດ (ຄວສ) ຕັ້ງຢູ່ວິທະຍາເຂດໂສກປ່າຫລວງ, ມີອາຄານສະຖານທີ່ກວ້າງຂວາງ ແລະ ເປັນເອກະລາດ, ຫ້ອງຮຽນ, ຫ້ອງທົດລອງ, ຫ້ອງແຕ້ມແບບ, ຫ້ອງຄອມພິວເຕີ, ຫ້ອງອ່ານຄົບຖ້ວນ. ຄວສ ມີຫຼັກສູດການຮຽນ-ການສອນຫຼາກຫຼາຍ ຊຶ່ງປັດຈຸບັນມີຫຼັກສູດ ປະລິນຍາຕີຈໍານວນ 16 ສາຂາ ຄື:

ລ/ດ ຫຼັກສູດ ໜ່ວຍກິດ
 1 ວິສະວະກຳ ໂຍທາ 141
 2 ວິສະວະກຳ ສິ່ງແວດລ້ອມ 143
 3 ວິສະວະກຳ ບໍ່ແຮ່ 146
 4 ວິສະວະກຳ ອຸດສາຫະກຳ  145
 5  ວິສະວະກຳ ກົນຈັກ   148
 6  ວິສະວະກຳ ໄຟຟ້າ  149
 7  ວິສະວະກຳ ໄຟຟ້າພະລັງງານນ້າ  147
 8  ວິສະວະກຳ ອີເລັກໂຕຣນິກ  149
 9 ວິສະວະກຳ ໂທລະຄົມມະນາຄົມ  149
10 ວິສະວະກຳ ຄອມພິວເຕີ 148
11 ເຕັກໂນໂລຊີຂໍ້ມູນຂ່າວສານ (ໄອທີ) 150
12 ວິສະວະກຳຂົນສົ່ງ ແລະ ພາລາທິການ 146
13 ວິສະວະກຳ ຂົວ-ທາງ 146
14 ວິສະວະກຳ ເຄມີ 144
15 ວິສະວະກຳ ຂະບວນການແປຮູບອາຫານ  140
16 ວັດສະດຸສາດ ວິສະວະກຳ  145

ແລະ ມີຫຼັກສູດ ຕໍ່ເນື່ອງ ປະລິນຍາຕີ 08 ສາຂາ ຄື:

ລ/ດ ຫຼັກສູດ
1 ວິສະວະກຳ ໂຍທາ
2 ວິສະວະກຳ ກົນຈັກ
3 ວິສະວະກຳ ໄຟຟ້າ
4 ວິສະວະກຳ ອີເລັກໂຕຣນິກ
5 ວິສະວະກໍາໂທລະຄົມມະນາຄົມ
6 ວິສະວະກຳ ຄອມພີວເຕີ
7 ວິສະວະກຳ ຂົວ-ທາງ
8 ເຕັກໂນໂລຊີຂໍ້ມູນຂ່າວສານ (ໄອທີ)

ແລະ ມີຫຼັກສູດອະນຸປະລິນຍາຕີ 01 ສາຂາ ຄື: ສາຂາວິຊາ ວິສະວະກໍາ ຂົວ-ທາງ ເມື່ອຮຽນຈົບບັນດາຫຼັກສູດທີ່ໄດ້ກ່າວມາຂ້າງເທິງນີ້ສາມາດໄປສະໝັກເຮັດວຽກນໍາພາກລັດ, ລັດວິສະຫະກິດ, ບໍລິ ສັດເອກະຊົນ ຫຼື ເຮັດທຸລະກິດສ່ວນຕົວໄດ້ ຊຶ່ງໃນປັດຈຸບັນນີ້ສັງຄົມຍັງຕ້ອງການຫຼາຍ, ສ່ວນບຸກຄົນໃດ ຕ້ອງການທີ່ຈະຮຽນຕໍ່ປະລິນຍາໂທ ແລະ ປະລິນຍາເອກ ກໍສາມາດຮຽນຕໍ່ໄດ້ທັງຢູ່ພາຍໃນ ແລະ ຕ່າງປະເທດ.

ລາຍລະອຽດເພີ່ມເຕີມສອບຖາມໄດ້ທີ່ເບີໂທລະສັບໝາຍເລກ: 021 315275 ຫຼື ເຂົ້າໄປອ່ານລາຍລະອຽດໄດ້ທີ່ Website: www.fen.nuol.edu.la