ການສະໜັກລົງທະບຽນສອບເສັງເຂົ້າ ມຊ ສົກປີ 2021-2022 ແບບອອນລາຍນີ້ປະກອບມີ 2 ຂັ້ນຕອນ:
ຂັ້ນຕອນທີ່ 1 : ເຂົ້າຫາລະບົບລົງທະບຽນ
- ທ່ານສາມາດເຂົ້າຫາລະບົບລົງທະບຽນໄດ້ໂດຍການເຂົ້າຫາເວັບໄຊ entrance.nuol.edu.la ຫຼື ສະແກນບາໂຄດລຸ່ມນີ້:
- ເມື່ອເຂົ້າແລ້ວຈະເຫັນຫນ້າຕາຕາມຮູບດ້ານລຸ່ມ:
- ເວັບໄຊນີ້ຈະສະຫນອງຂໍ້ມູນທີ່ຈຳເປັນໃນການສະຫນັກສອບເສັງ ເປັນຕົ້ນແມ່ນຂໍ້ມູນ ຄະນະວິຊາ, ຫລັກສູດທີ່ເປີດສອນ ຊຶ່ງແຍກເປັນ 2 ກຸ່ມ (ກຸ່ມ A ແລະ ກຸ່ມ B), ວິທີສະໝັກ, ເອກະສານທີ່ຕ້ອງກະກຽມໃນການສະຫມັກ, ກົດລະບຽບການສອບເສັງ,ການຂຽນຂໍ້ມູນໃສ່ເຈ້ຍຄຳຕອບ ຫຼື ການຕອບ.
- ກົດໃສ່ ປຸ່ມລົງທະບຽນ
- ທ່ານຈະເຫັນຫນ້າຕາຕາມຮູບດ້ານລຸ່ມ
ກ່ອນຈະສະໝັກ ຜູ້ສະໝັກສາມາດເຂົ້າເບິ່ງຂໍ້ມູນ ຫຼື ສະຖິຕິຂອງການສະໝັກໄດ້ ເພື່ອຕ້ອງການຮູ້ຂໍ້ມູນວ່າມີສາຂາວິຊາໃດແດ່ທີ່ຄົນສະໝັກສອບເສັງຫຼາຍ ຫຼື ໜ້ອຍ.
ໂດຍກົດທີ່ປຸ່ມ Apply > ລາຍການຫຼັກສູດ ແລ້ວຈະສະແດງຂໍ້ມູນລາຍການຫຼັກສູດຕ່າງໆ
ຖ້າຕ້ອງການເບິ່່ງສະຖິຕິແຕ່ລະສາຂາວິຊາ ແມ່ນກົດທີ່ລາຍຊື່ຂອງສາຂາວິຊາ ເຮົາກໍ່ຈະເຫັນຂໍ້ມູນສະແດງ ດັ່ງນີ້:
ຂັ້ນຕອນທີ່ 2 : ປ້ອນຂໍ້ມູນສະຫມັກ
ຂໍ້ມູນສະຫມັກ ແມ່ນຂໍ້ມູນຂອງຜູ້ສະຫມັກ ໃນນັ້ນໄດ້ແບ່ງອອກເປັນ 05 ສ່ວນຄື: ຂໍ້ມູນທົ່ວໄປຂອງຜູ້ສະຫມັກ, ສະຖານທີ່ເກີດ, ໂຮງຮຽນທີ່ຈົບ, ຂໍ້ມູນຫລັກສູດທີ່ຈະສະຫມັກ ແລະ ລະຫັດກວດສອບ. ຂັ້ນຕອນການປ້ອນຂໍ້ມູນລະອຽດແມ່ນມີດັ້ງນີ້:
- ກົດໃສ່ປຸ່ມ ສະຫມັກ
- ແລ້ວທ່ານຈະເຫັນແບບຟອມຕາມຮູບດ້ານລຸ່ມ:
1. ຂໍ້ມູນທົ່ວໄປຂອງຜູ້ສະໝັກ (ສ່ວນທີ 1)
- ຜູ້ສະໝັກຈະຕ້ອງປ້ອນຂໍ້ມູນ ທົ່ວໄປຂອງຜູ້ສະຫມັກເຊັ່ນ:
- ເລືອກເພດ (ທ້າວ, ນາງ, ພຣະ, ສນ)
- ພິມຊື່
- ພິມນາມສະກຸນ
- ເລືອກຊົນເຜົ່າ
- ວັນທີ, ເດືອນ, ປີເກີດ (ໃຫ້ໃສ່ວັນທີກ່ອນຕາມດ້ວຍ ເດືອນ ແລະ ປີ )
- ເບີມືຖື (ເອົາເບີທີ່ສາມາດຕິດຕໍ່ໄດ້ ກໍລະນີບໍ່ມີ ສາມາດເອົາເບີຜູ້ປົກຄອງໃສ່ໄດ້)
- ເບີຕັ້ງໂຕະ (ກໍລະນີບໍ່ມີ ບໍ່ໃສ່ກໍໄດ້)
- ອີເມວ (ກໍລະນີບໍ່ມີ ບໍ່ໃສ່ກໍໄດ້)
ໝາຍເຫດ: ສຳລັບຂໍ້ໃດທີ່ມີໝາຍດາວສີແດງ (*) ແມ່ນຕ້ອງປ້ອນຂໍ້ມູນໃຫ້ຄົບຖ້ວນ
2. ຂໍ້ມູນສະຖານທີ່ເກີດ (ສ່ວນທີ 2)
- ຜູ້ສະໝັກຈະຕ້ອງເລືອກຂໍ້ມູນສະຖານທີ່ເກີດຂອງຜູ້ສະຫມັກເຊັ່ນ: ແຂວງເກີດ, ເມືອງເກີດ ແລະ ບ້ານເກີດດັ່ງຮູບລຸ່ມນີ້:
- ກໍລະນີສະຖານທີ່ເກີດບໍ່ມີໃນລະບົບໃຫ້ເລືອກ ຜູ້ສະຫມັກສາມາດພິມໃສ່ເອງໄດ້ໂດຍ √ ໃສ່ບັອກເລືອກເພື່ອປ້ອນບ່ອນເກີດ ແລ້ວປ້ອນຂໍ້ມູນແຂວງເກີດ, ເມືອງເກີດ ແລະ ບ້ານເກີດ ດັ່ງຮູບລຸ່ມນີ້:
3. ຂໍ້ມູນໂຮງຮຽນທີ່ຈົບ (ສ່ວນທີ 3)
- ຜູ້ສະໝັກຈະຕ້ອງເລືອກສົກສຶກສາ, ຈົບຈາກແຂວງ, ຈົບຈາກໂຮງຮຽນດັ່ງຮູບລຸ່ມນີ້:
- ກໍລະນີໂຮງຮຽນທີ່ຈົບບໍ່ມີໃນລະບົບໃຫ້ເລືອກ ຜູ້ສະໝັກສາມາດພິມໃສ່ເອງໄດ້ໂດຍ P ໃສ່ບັອກເລືອກເພື່ອປ້ອນໂຮງຮຽນທີ່ຈົບ ດັ່ງຮູບລຸ່ມນີ້:
4. ຂໍ້ມູນຫລັກສູດທີ່ຈະສະຫມັກ (ສ່ວນທີ 4)
ໃນການເລືອກສາຂາວິຊານັ້ນ ຜູ້ສະຫມັກຕ້ອງເລືອກ ລະດັບປະລິນຍາຕີກ່ອນ. ກຸ່ມຫຼັກສູດຂອງສາຂາວິຊາ ລະດັບປະລິນຍາຕີ ອັນທຳອິດ ທີ່ຖືກເລືອກ ຈະເປັນສາຂາວິຊາຕົ້ນຕໍ, ສ່ວນສາຂາວິຊາ ລະດັບປະລິນຍາຕີ ທີ່ຖືກເລືອກໃນລຳດັບຕໍ່ມາ ຈະເປັນສາຂາວິຊາສຳຮອງ.
- ຜູ້ສະຫມັກສາມາດເລືອກໄດ້ 1 ສາຂາວິຊາຕົ້ນຕໍ ແລະ 2 ສາຂາວິຊາສຳຮອງໃນນັ້ນສາຂາວິຊາຕົ້ນຕໍ ແລະ ສາຂາວິຊາສຳຮອງນັ້ນຕ້ອງຢູ່ໃນກຸ່ມດຽວກັນ
ຂັ້ນຕອນທີ່ 1: ເລືອກສາຂາຕົ້ນຕໍ (ສາມາດເລືອກໄດ້ 1 ສາຂາວິຊາ)
- ເລືອກລະດັບປະລິນຍາຕີ
- ເລືອກກຸ່ມຫຼັກສູດ
- ເລືອກຄະນະວິຊາ
- ເລືອກສາຂາວິຊາ
ຈາກນັ້ນກົດປຸ່ມ Add ຈະໄດ້ສາຂາຕົ້ນຕໍດັ່ງຮູບ:
ຂັ້ນຕອນທີ່ 2: ເລືອກສາຂາສຳຮອງ (ສາມາດເລືອກໄດ້ 2 ສາຂາ ແຕ່ຕ້ອງຢູ່ໃນກຸ່ມດຽວກັນ)
- ເລືອກລະດັບປະລິນຍາຕີ
- ເລືອກກຸ່ມຫຼັກສູດ
- ເລືອກຄະນະວິຊາ
- ເລືອກສາຂາວິຊາ
ຈາກນັ້ນກົດປຸ່ມ Add ຈະໄດ້ສາຂາສໍາຮອງດັ່ງຮູບ:
5. ລະຫັດກວດສອບ (ສ່ວນທີ 5)
ຫຼັງຈາກທີ່ປ້ອນຂໍ້ມູນຂ້າງເທີງຄົບຖ້ວນແລ້ວ ຜຸ້ສະໝັກຈະຕ້ອງໄດ້ປ້ອນລະຫັດກວດສອບເພື່ອຢືນຢັນການສະໝັກດັ່ງນີ້:
- ຄຣິກ Get a new code ເພື່ອໃຫ້ໄດ້ລະຫັດທີ່ງ່າຍກວ່າ
- ປ້ອນລະຫັດທີ່ປາກົດຂື້ີນ
- ກົດສະໝັກ
ຖ້າທ່ານຈະເຫັນຫນ້າຕາດ້ານລຸ່ມ ສະແດງວ່າທ່ານສຳເລັດການປ້ອນຂໍ້ມຸນສະໝັກສອບເສັງ
ຫມາຍເຫດ: ຜູ້ສະໝັກຈະຕ້ອງໄດ້ຈື່ຈຳ/ບັນທຶກຕົວເລກຜູ້ສະຫມັກໄວ້ເພື່ອນຳໃຊ້ໃນຂັ້ນຕອນຕໍ່ໄປ
ກໍຄືນຳໄປຢື່ນເພື່ອຂໍຮັບບັດອະນຸຍາດເຂົ້າຫ້ອງສອບເສັງ.
ຫຼັງຈາກສະໝັກສຳເລັດແລ້ວ ຜູ້ສະໝັກສາມາດກວດເບິ່ງລາຍຊື່ຕົນເອງໄດ້ ໂດຍກົດທີ່
ວິທີການດຳເນີນການຂໍຮັບບັດອະນຸຍາດເຂົ້າຫ້ອງສອບເສັງ
ຫຼັງຈາກທີ່ເຮົາປ້ອນຂໍມູນອອນລາຍ ແລະ ໄດ້ລະຫັດລົງທະບຽນມາແລ້ວໃຫ້ນຳເອົາລະຫັດ ແລະ ເອກະສານປະກອບໄປຢື່ນເອົາບັດເຂົ້້າຫ້ອງສອບເສັງຢູ່ທີ່ສະໂມສອນ ມະຫາວິທະຍາໄລແຫ່ງຊາດ (ວິທະຍາເຂດດົງໂດກ) ເຊີ່ງຜຸ້ສະຫມັກຈະຕ້ອງໄດ້ກະກຽມເງິນຄ່າທຳນຽມລົງທະບຽນ ຈຳນວນ 40,000 ກີບ ແລະ ຄ່າໃຊ້ຈ່າຍອື່ນໆເຊັ່ນ: ຄ່າປື້ມແນະນຳການສອບເສັງ, ຄ່າອຸປະກອນຮັບໃຊ້ການສອບເສັງ, ຄ່າຄຳຮ້ອງຂໍເຮັດບັດເຂົ້າຫ້ອງສອບເສັງຄືນ(ກໍລະນີປ່ຽນສາຂາວິຊາທີ່ສະໝັກ ແລະ ເຮັດບັດສອບເສັງເສຍຫາຍ). ເອກະສານປະກອບການລົງທະບຽນ ດັ່ງນີ້:
- ສຳລັບນັກສອບເສັງເປັນພະນັກງານ ແລະ ນັກສອບເສັງທີ່ຈົບກ່ອນສົກຮຽນ 2021-22:
1.ສຳເນົາໃບປະກາສະນີຍະບັດຈົບ ມ. 7 ທີ່ອອກໃຫ້ໂດຍພະແນກສຶກສາທິການ ແລະ ກິລາ ແຂວງ/ນະຄອນຫຼວງ ຫຼື ຈາກກະຊວງສຶກສາທິການ ແລະ ກິລາ ຈຳນວນ 1 ສະບັບ ພ້ອມສະບັບເດີມມາຢັ້ງຢືນ
2.ຮູບຂະໜາດ 3x4 ຈຳນວນ 2 ແຜ່ນ (ຮູບຖ່າຍບໍ່ໃຫ້ກາຍ 3 ເດືອນ)
- ສຳລັບນັກສອບເສັງທີ່ຈົບສົກຮຽນ 2021-22:
1.ສຳເນົາບັດເຂົ້າຫ້ອງສອບເສັງຈົບ ມ.7 ຫຼື ສຳເນົາໃບປະກາສະນີຍະບັດຈົບ ມ.7 ຫຼື ສຳເນົາໃບຄະແນນຈົບ ມ.7 (ທີ່ອອກໃຫ້ໂດຍພະແນກສຶກສາທິການ ແລະ ກິລາ ແຂວງ/ນະຄອນຫຼວງ) ຈຳນວນ 1 ສະບັບ ພ້ອມສະບັບເດີມມາຢັ້ງຢືນ
2.ຮູບຂະໜາດ 3x4 ຈຳນວນ 2 ແຜ່ນ (ໃຫ້ເອົາຮູບດຽວກັນກັບທີ່ໃຊ້ຕິດບັດເຂົ້າສອບເສັງ ມ.7)
ວີທີແກ້ໄຂຂໍ້ມູນ
ໃນກໍລະນີທີ່ຜູ້ສະໝັກໄດ້ ລົງທະບຽນສະໝັກສອບເສັງສຳເລັດແລ້ວ ແຕ່ບໍ່ທັນໄດ້ເອົາລະຫັດໄປຢື່ນຂໍຮັບບັດອະນຸຍາດເຂົ້າສອບເສັງ ແຕ່ຜູ້ສະໝັກມີຄວາມຕ້ອງການຢາກປ່ຽນແປງຂໍ້ມູນຂອງຕົນເອງ ຫຼື ປ່ຽນແປງສາຂາວິຊາສອບເສັງ ຜູ້ສະໝັກສາມາດດຳເນີນການແກ້ໄຂຂໍ້ມູນໄດ້ດ້ວຍຕົນເອງ ໂດຍປະຕິບັດຕາມຂັ້ນຕອນຕໍ່ໄປນີ້:
ຂັ້ນຕອນການແກ້ໄຂຂໍ້ມູນ
ຫຼັງຈາກທີ່ສະໝັກ ແລະ ໄດ້ລະຫັດສະໝັກເປັນທີ່ຮຽບຮ້ອຍແລ້ວ ຖ້າຕ້ອງການແກ້ໄຂຂໍ້ມູນກໍສາມາດປະຕິບັດໄດ້ດັ່ງນີ້:
- ກົດປຸ່ມແກ້ໄຂຂໍ້ມູນຈາກນັ້ນປະຕິບັດດັ່ງນີ້:
- ປ້ອນລະຫັດທີ່ໂຕເອງໄດ້ມາຫຼັງຈາກສະໝັກແລ້ວເຊິ່ງປະກອບມີໂຕເລກ ແລະ ໂຕອັກສອນປົນກັນຈຳນວນ 5 ໂຕ (ໂຕອັກສອນຈະເປັນໂຕພິມໃຫ່ຍທັງໝົດ)
- ໃສ່ວັນທີ, ເດືອນ, ປີເກີດ (ໃຫ້ຖືກຕ້ອງຕາມທີ່ປ້ອນໃນຂັ້ນຕອນສະໝັກ)
- ຄຣິກ Get a new code ເພື່ອໃຫ້ໄດ້ລະຫັດທີ່ງ່າຍກວ່າ
- ປ້ອນລະຫັດທີ່ປາກົດຂື້ີນ
- ຄຣິກເປີດຟອມ
- ຈາກນັ້ນຈະເຫັນໜ້າຟອມ ແລ້ວໃຫ້ຄຣິກປຸ່ມ Edit