ກ່ອນທີ່ຈະສົ່ງເອກະສານ ຕ້ອງມີລະຫັດ 5 ໂຕທີ່ໄດ້ຈາກການສະໝັກອອນລາຍສຳເລັດ
ວິທີການສົ່ງເອກະສານ
- ເຂົ້າຫາລະບົບລົງສົ່ງເອກະສານທະບຽນໄດ້ໂດຍການເຂົ້າຫາເວັບໄຊ https://submit.nuol.edu.la ຫຼື ສະແກນບາໂຄດລຸ່ມນີ້:
- ເມື່ອເຂົ້າແລ້ວຈະເຫັນຫນ້າຕາຕາມຮູບດ້ານລຸ່ມ:
- ກົດປຸ່ມສົ່ງເອກະສານ ຈາກນັ້ນຈະປາກົດໜ້າຕາຕາມຮູບດ້ານລຸ່ມນີ້:
- ປ້ອນຊື່ (ບໍ່ໃສ່ ທ້າວ, ນາງ, ສນ, ພະ)
- ປ້ອນນາມສະກຸນ
- ປ້ອນເບີໂທ
- ປ້ອນລະຫັດ 5 ໂຕທີ່ໄດ້ຈາກການສະໝັກອອນລາຍ
- ຮູບຂະໜາດ 3x4 ຈຳນວນ 2 ແຜ່ນ(ຮູບຖ່າຍບໍ່ໃຫ້ກາຍ 3 ເດືອນ)
- ຮູບບັດເຂົ້າຫ້ອງສອບເສັງຈົບ ມ.7 ຫຼື ສຳເນົາໃບປະກາສະນີຍະບັດຈົບ ມ.7 ຫຼື ສຳເນົາໃບຄະແນນຈົບ ມ.7 (ທີ່ອອກໃຫ້ໂດຍພະແນກສຶກສາທິການ ແລະ ກິລາ ແຂວງ/ນະຄອນຫຼວງ)
- ຮູບຫຼັກຖານການໂອນເງິນຄ່າທຳນຽມການສອບເສັງ
- ກົດສົ່ງເອກະສານ
ວິທີການກວດສອບສະຖານະຂອງເອກະສານ
- ຜູ້ສະໝັກສາມາດກວດເບີ່ງ ສະຖານະຂອງເອກະສານ ແລະ ລະຫັດບັດເຂົ້າຫ້ອງເສັງ ໄດ້ໂດຍປະຕິບັດດັ່ງນີ້:
- ກົດປຸ່ມກວດສະຖານະຂອງເອກະສານ
- ປ້ອນລະຫັດ 5 ໂຕເລກທີ່ໄດ້ມາຫຼັງຈາກກົດສະໝັກສອບເສັງ
- ກົດປຸ່ມກວດສອບ
- ຈະເຫັນສະຖານະເອກະສານຂອງຕົນ
- ສີເຫຼືອງ ໝາຍເຖິງ ລໍຖ້າການກວດກາ
- ສີແດງ ໝາຍເຖິງ ເອກະສານບໍ່ຖືກຕ້ອງ ຕ້ອງໄດ້ສົ່ງເອກະສານຄືນໃຫມ່
- ສີຂຽວ ໝາຍເຖິງ ເອກະສານຖືກຕ້ອງ ຈະໄດ້ລະຫັດບັດເຂົ້າຫ້ອງເສັງ
ຖ້າເຫັນລະຫັດບັດເຂົ້າຫ້ອງເສັງແລ້ວ ຖືວ່າການລົງທະບຽນສຳເລັດ
ຂັ້ນຕອນຕໍ່ໄປແມ່ນ ເອົາລະຫັດບັດເຂົ້າຫ້ອງສອບເສັງ ເປັນອີເມວ This email address is being protected from spambots. You need JavaScript enabled to view it. ເພື່ອໄປລັອກອິນເຂົ້າຫ້ອງສອບເສັງ, ສຳລັບລະຫັດອີເມວແມ່ນ ວັນທີ, ເດືອນ, ປີເກີດຂອງແຕ່ລະຄົນ
(ຕົວຢ່າງ: ອີເມວ 10887@This email address is being protected from spambots. You need JavaScript enabled to view it. ລະຫັດ 20112003)
ໝາຍເຫດ: ສຳລັບການລັອກອິນເຂົ້າຫ້ອງເສັງຕ້ອງລໍຖ້າການແຈ້ງເພີ່ມເຕີມ