ຄະນະ ສຶກສາສາດ (ຄສສ) ຕັ້ງຢູ່ວິທະຍາເຂດດົງໂດກ, ມີອາຄານສະຖານທີ່, ຫ້ອງຮຽນ, ຫ້ອງທົດລອງ, ຫ້ອງຄອມພິວເຕີ, ຫ້ອງອ່ານຄົບຖ້ວນ. ນັກສຶກສາປີສຸດທ້າຍໄດ້ລົງຝຶກສອນຢູ່ບັນດາໂຮງຮຽນມັດທະຍົມສົມບູນແຫ່ງຕ່າງໆໃນບັນດາແຂວງອ້ອມຂ້າງນະຄອນ ຫຼວງວຽງຈັນ. ຄສສ ມີຫຼັກສູດການຮຽນ-ການສອນລົງເລິກກ່ຽວກັບການສອນນັກສຶກສາໃຫ້ໄປເປັນຄູ ຊຶ່ງປັດຈຸບັນມີຫຼັກສູດປະລິນຍາຕີຈໍານວນ 10 ສາຂາ ຄື:
ລ/ດ | ຫຼັກສູດ | ໜ່ວຍກິດ |
1 | ຄູຄະນິດສາດ | 160 |
2 | ຄູຟີຊິກສາດ | 160 |
3 | ຄູເຄມີສາດ | 160 |
4 | ຄູຊີວະສາດ | |
5 | ຄູພາສາຝຣັ່ງ | |
6 | ຄູປະຫວັດສາດ | 160 |
7 | ຈິດຕະວິທະຍາການສຶກສາ | 160 |
8 | ຄູພູມີສາດ | 160 |
9 | ຄູວິທະຍາສາດການເມືອງ | 160 |
10 | ການບໍລິຫານການສຶກສາ |
ແລະ ມີຫຼັກສູດ ປະລິນຍາຕີຕໍ່ເນື່ອງ 04 ສາຂາ ຄື:
ລ/ດ | ຫຼັກສູດ |
1 | ຄູຄະນິດສາດ |
2 | ຄູການເມືອງ |
3 | ຄູພາສາລາວ-ວັນນະຄະດີ |
4 | ຄູພາສາອັງກິດ |
ຜູ້ທີ່ຮຽນຈົບຫຼັກສູດດັ່ງກ່າວມາຂ້າງເທິງນີ້ແມ່ນປະກອບອາຊີບຄູສອນຕາມໂຮງຮຽນມັດທະຍົມສົມບູນ (ສອນແຕ່ ມ.1 ເຖິງ ມ.7) ຂອງໂຮງຮຽນພາກລັດ ແລະ ພາກເອກະຊົນ. ນອກຈາກນັ້ນວິຊາຈິດຕະການສຶກສາຍັງສາມາດໄປສອນຕາມວິທະຍາໄລແຫ່ງຕ່າງໆທັງພາກລັດ ແລະ ເອກະຊົນ ຫຼື ໄປເຮັດວຽກບໍລິຫານການສຶກສາຕາມໂຮງຮຽນ, ຫ້ອງການສຶກສາທິການ ແລະ ກິລາຂອງເມືອງ, ຂອງແຂວງທົ່ວປະເທດຕາມສາຂາວິຊາສະເພາະຂອງໃຜລາວ ຫຼື ຢາກເຮັດທຸລະກິດສ່ວນຕົວກໍ່ໄດ້ ຊຶ່ງໃນປັດຈຸບັນນີ້ສັງຄົມຍັງຕ້ອງການຫຼາຍ, ສ່ວນບຸກຄົນໃດທີ່ຕ້ອງການທີ່ຈະຮຽນຕໍ່ປະລິນຍາໂທ ແລະ ປະລິນຍາເອກ ກໍສາ ມາດຕໍ່ໄດ້ທັງຢູ່ພາຍໃນ ແລະ ຕ່າງປະເທດ ຫຼື ບຸກຄົນໃດທີ່ຮຽນຈົບແລ້ວມີຜົນການຮຽນດີ (GPA=3.50) ຂຶ້ນໄປກໍ່ສາມາດຮຽນຕໍ່ປະລິນຍາໂທໃນສາຂາວິຊາທີ່ ຄສສ ເປີດສອນໄດ້ຕາມເງື່ອນໄຂ ແລະ ລະບຽບການຂອງ ມຊ.
ລາຍລະອຽດເພີ່ມເຕີມສອບຖາມໄດ້ທີ່ເບີໂທລະສັບໝາຍເລກ: 021 770473 ຫຼື ເຂົ້າໄປອ່ານລາຍລະອຽດໄດ້ທີ່ Website: www.fed.nuol.edu.la