ແນະນໍາຄະນະວິຊາ ແລະ ບັນດາຫຼັກສູດປະລິນຍາຕີ, ຕໍ່ເນື່ອງປະລິນຍາຕີ ແລະ ອະນຸປະລິນຍາ ທີ່ໄດ້ຈັດຕັ້ງການຮຽນ-ການສອນ ຢູ່ມະຫາວິທະຍາໄລແຫ່ງຊາດ ມະຫາວິທະຍາໄລແຫ່ງຊາດ (ມຊ) ສ້າງຕັ້ງຂຶ້ນຕາມດໍາລັດນາຍົກລັດຖະມົນຕີສະບັບເລກທີ 50/ນຍ, ລົງວັນທີ 09/06/1995 ແລະ ໄຂສົກຮຽນຢ່າງເປັນທາງການໃນວັນທີ 05 ພະຈິກ 1996. ມຊ ແມ່ນມະຫາວິທະຍາໄລແຫ່ງທໍາອິດຂອງ ສປປ.ລາວ ທີ່ມີຄວາມຄົບຖ້ວນສົມບູນທາງດ້ານວິຊາການມີພະນັກງານ ແລະ ອາຈານສອນທັງໝົດ 1,870 ຄົນ ຍິງ 840 ຄົນ, ປະລິນຍາເອກ 148 ຄົນ ຍິງ 30 ຄົນ, ປະລິນຍາໂທ 858 ຄົນ ຍິງ 317 ຄົນ, ສາດສະດາຈານ 5 ທ່ານ, ຮອງສາດສະດາຈານ 122 ທ່ານ ຍິງ 20 ຄົນ, ມີຊ່ຽວຊານຈາກຕ່າງປະເທດ 59 ທ່ານ ມາຈາກ 9 ປະເທດ, ມີຫຼາກຫຼາຍສາຂາວິຊາຮຽນ ແລະ ໄດ້ເປັນສະມາຊິກມະຫາວິທະຍາໄລໃນເຄື່ອຂ່າຍປະເທດອາຊຽນ (AUN) ແຫ່ງດຽວໃນ ສປປ.ລາວ.
ມະຫາວິທະຍາໄລແຫ່ງຊາດ ໄດ້ກໍານົດພາລະບົດບາດຄືຕ້ອງພັດທະນາມະຫາວິທະຍາໄລໃຫ້ເປັນຜູ້ນໍາໜ້າທາງດ້ານການພັດທະນາບຸກຄະລາກອນເພື່ອຕອບສະໜອງຕາມຄວາມຕ້ອງການຂອງສັງຄົມທີ່ມີຄຸນນະພາບ, ມີຄວາມສາມາດຮອບດ້ານ, ສົ່ງເສີມວຽກງານຄົ້ນຄວ້າວິທະຍາສາດໃຫ້ກ້າວໜ້າທຽບເທົ່າກັບສາກົນ ແລະ ພາກພື້ນ,ໃຫ້ການບໍລິການທີ່ປະທັບໃຈ ແລະ ມີຄຸນນະພາບແກ່ສັງຄົມ ພ້ອມກັນນັ້ນກໍສົ່ງເສີມ ແລະ ປົກປັກຮັກສາທະນຸບໍາລຸງຮີດຄອງປະເພນີອັນດີງາມຂອງລາວເຮົາໄວ້.
ມະຫາວິທະຍາໄລແຫ່ງຊາດ ໄດ້ເຕີບໃຫຍ່ຂະຫຍາຍຂຶ້ນເປັນກ້າວໆ ຊຶ່ງໃນປັດຈຸບັນປະກອບມີ 13 ຄະນະວິຊາ ແລະ ມີຫຼັກສູດປະລິນຍາຕີ ທີ່ໄດ້ດຳເນີນການຮຽນ-ການສອນ ທັງໝົດ 100 ຫຼັກສູດ,ໃນນັ້ນໃຊ້ເວລາຮຽນ 4 ປີ ມີ 98 ຫຼັກສູດ, ໃຊ້ເວລາຮຽນ 5 ປີມີ 1 ຫຼັກສູດ ແລະ ໃຊ້ເວລາຮຽນ 6 ປີມີ 1 ຫຼັກສູດ. ຫຼັກສູດຕໍ່ເນື່ອງປະລິນຍາຕີ ມີ 26 ຫຼັກສູດ ແລະ ຫຼັກ ສູດອະນຸປະລິນຍາ ມີຈໍານວນ 1 ຫຼັກສູດ, ລວມທັງໝົດ 127 ຫຼັກສູດ ແລະໄດ້ຈັດຕັ້ງການຮຽນ-ການສອນຢູ່ແຕ່ລະຄະນະວິຊາ