I. ສິ່ງທີ່ຜູ້ສອບເສັງຕ້ອງກະກຽມ
1.1. ຫ້ອງສອບເສັງມີຄວາມເປັນສ່ວນຕົວບໍ່ມີສຽງດັງລົບກວນ;
1.2. ມືຖື ແລະ Laptop ຫລື PC Desktop ແລະກ້ອງ (ອຸປະກອນທີ 1);
1.3. ມືຖື ແລະ ມືຖື (ອຸປະກອນທີ 2);
1.4. Internet ທີ່ສາມາດໃຊ້ທັງ 2 ອຸປະກອນ (ອຸປະກອນທີ 1 ແລະ 2) ແລະ ພຽງພໍ;
1.5 ຕ້ອງລອກອິນ mail ຂອງມະຫາວິທະຍາໄລແຫ່ງຊາດ (mail.nuol.edu.la) ກ່ອນເວລາສອບເສັງ 60 ນາທີ ທັງອຸປະກອນ 1 ແລະ 2 ໂດຍໃຊ້ (ລະຫັດບັດສອບເສັງ. nuol.edu.la), ສ່ວນ Password ແມ່ນໃຊ້ ວັນ,ເດືອນ,ປີເກີດ ຂອງຜູ້ສະໝັກ
ຫມາຍເຫດ:
ອຸປະກອນໜຶ່ງ ໃຊ້ຕອບຂໍ້ສອບເສັງໃນ Google From Online
ອີກອຸປະກອນໜຶ່ງ ໃຊ້ຕິດຕາມຜູ້ສອບເສັງ Google Meet Online
II. ການກະກຽມອຸປະກອນກ່ອນການສອບເສັງ (ໃຫ້ຜູ້ສອບເສັງກະກຽມກ່ອນມື້ສອບເສັງ 1 ມື້)
2.1 ຖ້າເປັນມືຖື Apple ແມ່ນໃຫ້ດາວໂຫລດ Google meet ທີ່ App Store. ຖ້າເປັນ Android ໃຫ້ດາວໂຫລດທີ່ Play Store, ຖ້າເປັນ PC https://meet.google.com/